ຮຽນ ບັນດາທ່ານທີ່ເຄົາລົບ ແລະນັບຖືທັງຫລາຍ,
ເພື່ອຮອງຮັບໃນການປະຕິບັດຍຸດທະສາດການເງິນສາທາລະນສຸກ
ທີ່ຍືນຍົງ ທີ່ວາງໄວ້ໃນແຜນພັດທະນາສາທາລະນະສຸກ 5 ປີ ແຕ່ປີ 2011 ເຖິງປີ 2015 ທີ່ໄດ້ວາງອອກ ກໍ່ຄືເພື່ອປະຕິບັດນະໂຍບາຍ 4 ບຸກທະລຸ ຂອງພັກສະໄຫມທີ 9 ໄດ້ວາງອອກ ໃນວຽກງານການເງິນສາທາລະນະສຸກໃຫ້ປະກົດຜົນເປັນຈິງ. ກົມແຜນການ ແລະ ການເງິນ, ກະຊວງສາທາລະນະສຸກ ຈຶ່ງໄດ້ ຮັບອະນຸມັດຕາມຂໍ້ຕົກລົງ ຂອງທ່ານລັດຖະມົນຕີວ່າການ ກະຊວງສາທາ ລະນະສຸກ, ເລກທີ 5931/ກຊສ, ລົງວັນທີ 9 ພະຈິກ 2011 ໃຫ້ພັດທະນາ “ລະບົບຕິດຕາມການເງິນສາທາລະນະສຸກ (Financial Monitoring System on Health-FMHS)” ນີ້ຂຶ້ນໂດຍມີຈຸດປະສົງຫລັກແມ່ນ: (1) ເພື່ອສ້າງຄວາມໂປ່ງໃສໃນລະບົບການເງິນສາທາລະນະສຸກ; (2) ເພື່ອກວດກາ: ຕິດຕາມ ການຈັດຕັ້ງປະຕິບັດວຽກງານການເງິນປະຈຳວັນ; ແລະ (3) ເພື່ອພັດທະນາບຸກຄະລາກອນການເງິນ ໃນຂະແຫນງສາທາ ລະນະສຸກທາງດ້ານຄຸນສົມບັດ, ຈັນຍາບັນ, ຄວາມຣູ້ຄວາມສາມາດທາງດ້ານການເງິນໃຫ້ສູງຂຶ້ນ. ເພື່ອເຮັດໃຫ້ລະບົບ ດັ່ງ ກ່າວມີຄວາມສົມບູນຄົບຊຸດ, ຮັດກຸມ ແລະ ຮັບປະກັນຄວາມຖືກຕ້ອງສອດຄ່ອງ ທາງດ້ານການຄຸ້ມຄອງການເງິນ ໃນຂະ ແຫນງການສາທາລະນະສຸກ, ສະນັ້ນລະບົບຕິດຕາມການເງິນນີ້ ຈຶ່ງໄດ້ພັດທະນາໄປຄຽງຄູ່ກັບການພັດທະນາ “ລະບົບຄຸ້ມຄອງການເງິນໂຮງໝໍ (Hospital Financial Management System-HFMS)” ແລະ “ລະບົບຄຸ້ມຄອງການເງິນ ແລະການບັນຊີ ໃນຂະແຫນງການສາທາລະນະສຸກ (National Health Accounting System-NHAS) ”. ການພັດທະນາລະບົບຕິດຕາມການເງິນສາທາລະນະສຸກ ແມ່ນຈະໄດ້ຈັດຕັ້ງປະຕິບັດໄປໃນຂອບເຂດທົ່ວປະເທດ ດ້ວຍລະບົບຄອມພິວເຕີອອນລາຍ ໂດຍອີງຕາມເງື່ອນໄຂການພັດທະນາໃນຂະແຫນງການ, ທ່າແຮງຊັບພະຍາກອນ ແລະ ສິ່ງແວດລ້ອມອື່ນໆ ໄດ້ແບ່ງການຈັດຕັ້ງປະຕິບັດອອກເປັນ 3 ໄລຍະ ຄື:
• ໄລຍະທີ 1 (ແຕ່ ປີ 2011 ຫາ ປີ 2012):
ຈຶ່ງບໍ່ອາດ ສາມາດຫລີກລ້ຽງໄດ້ຈາກຄວາມຂາດຕົກບົກຜ່ອງ, ຄວາມບໍ່ສະດວກ, ຄວາມຫຍຸ້ງຍາກອື່ນໆໃນບາງດ້ານ. ດັ່ງນັ້ນໃນຖານະ ຜູ້ທີ່ຖືກແຕ່ງຕັ້ງໃຫ້ຮັບຜິດຊອບ ຂ້າພະເຈົ້າຂໍຖືໂອກາດນີ້ຂໍອະໄພ ແລະ ພ້ອມແລ້ວທີ່ຈະຮັບຄຳຕິຊົມຈາກບັນດາທ່ານຜູ້ມີກຽດ ດ້ວຍຄວາມຈິງໃຈ ແລະ ຫວັງເປັນຢ່າງຍິ່ງວ່າຈະໄດ້ຮັບຄວາມຮ່ວມມື ຈາກບັນດາທ່ານເປັນຢ່າງດີດ້ວຍ. ດ້ວຍຄວາມເຄົາລົບ ແລະນັບຖືເປັນຢ່າງສູງ. ຫົວໜ້າກົມແຜນການ ແລະ ການເງິນ

- - ເຮັດທົດລອງ ແລະ ການກະກຽມຄວາມພ້ອມຕ່າງໆ; ສ້າງຄູ່ມື; ຝຶກອົບຮົມ, ອຸປະກອນເຄື່ອງມື ແລະ ເງື່ອນໄຂ ອື່ນໆທີ່ກ່ຽວພັນ.
- - ທົດລອງລະບົບເສື່ອມຕໍ່ເຄືອຄ່າຍໃນຫົວໜ່ວຍງົບປະມານອ້ອມຂ້າງກະຊວງ.
- - ສະຫລຸບຖອດຖອນບົດຮຽນ, ປັບປຸງແກ້ໄຂຄືນລະບົບ ເພື່ອກຽມຈັດຕັ້ງຜັນຂະຫຍາຍ.
- - ຂະຫຍາຍລະບົບໄປ ທຸກຫົວໜ່ວຍງົບປະມານອ້ອມຂ້າງກະຊວງ
- - ຂະຫຍາຍລະບົບໄປ 16 ແຂວງ ແລະ ນະຄອນຫລວງ
- - ຂະຫຍາຍກວມເອົາບັນດາເມືອງໃນເທດສະບານແຂວງຫ/ນະຄອນຫລວງ
- - ຂະຫຍາຍໃຫ້ປົກຄຸມທຸກເມືອງ ໃນທົ່ວປະເທດ.